ນະໂຍບາຍການສົ່ງຄືນສິນຄ້າ ແລະ ສົ່ງຄືນເງິນ

ຂໍ້ຕົກລົງ ແລະ ເງື່ອນໄຂການຊຳລະເງິນ
ທ່ານຕົກລົງທີ່ຈະປະຕິບັດຕາມແນວປະຕິບັດ ຄຳສັ່ງ ລະບຽບການດຳເນີນງານ ນະໂຍບາຍ ແລະ ຄຳແນະນຳທັງຫຼາຍກ່ຽວກັບການສັ່ງຊື້ສິນຄ້າຜ່ານແພຣດຟອມ ລວມທັງການແກ້ໄຂເພີ່ມເຕີມໃດໆ ໃນທີ່ທີ່ກ່າວມາເບື້ອງຕົ້ນ ເຊີ່ງອອກໃຊ້ບັງຄັບໂດຍທາງພວກເຮົາແລະ ຖືວ່າທ່ານໄດ້ຮັບຮູ້ ແລະ ຍອມຮັບຂໍ້ຜູກພັນຕາມການປ່ຽນແປງດັ່ງກ່າວ ເມື່ອມີການເຜີຍແຜ່ເທີງແພຣດຟອມແລ້ວ ໂດຍຂໍ້ຕົກລົງ ແລະ ເງື່ອນໄຂການຊຳລະເງິນນີ້ ຈະມີຜົນບັງຄັບໃຊ້ຕໍ່ຄຳສັ່ງຊື້ສິນຄ້າ ແລະ ການຊຳລະເງິນທີ່ປະຕິບັດໂດຍທ່ານແລະ ຜູ້ຂາຍເທົ່ານັ້ນ.

1. ການຕົກລົງ ແລະ ຍິນຍອມໃນການສັ່ງຊື້ສິນຄ້າເກີດຂື້ນໂດຍທ່ານ ແລະ ຜູ້ຂາຍໂດຍກົງ ເຊີ່ງທ່ານໄດ້ຍອມຮັບໃນລາຍລະອຽດສິນຄ້າທຸກປະການ ລວມໄປຮອດລາຄາສິນຄ້າກ່ອນການສັ່ງຊື້

2. ທ່ານຮັບຊາບເຖີງຄວາມພະຍາຍາມຢ່າງເຕັມທີ່ຂອງຜູ້ຂາຍໃນການໃຫ້ລາຍລະອຽດທີ່ຖູກຕ້ອງຂອງສິນຄ້າ ໂດຍທາງເຮົາ ແລະ ຜູ້ຂາຍບໍ່ຮັບປະກັນວ່າລາຍລະອຽດ ສິນຄ້າດັ່ງກ່າວຈະຖືກຕ້ອງເປັນປະຈຸບນ ແລະ ປາສະຈາກຂໍ້ຜີດພາດໃດໆ

3. ຄຳສັ່ງຊື້ຫຼັງການຊຳລະເງິນຈະຖືວ່າຍົກເລີກບໍ່ໃດ້ ແລະ ບໍ່ມີເງື່ອນໄຂເພີ່ມເຕີມໃດໆ ອີກເມື່ອຄຳສັ່ງຊື້ນັ້ນຜ່ານແພຣດຟອມແລ້ວ ຜູ້ຂາຍມີສິດໃນການປະມວນຜົນຄຳສັ່ງຊື້ດັ່ງກ່າວໂດຍບໍ່ຕອ້ງຂໍຄວາມຍິນຍອມເພີ່ມເຕີມຈາກທ່ານອີກ ເຖີງຢ່າງໃດກໍ່ຕາມ ໃນບາງກໍລະນີທ່ານອາດຮອ້ງຂໍໃຫ້ຜູ້ຂາຍຍົກເລີກ ຫຼື ແກ້ໄຂເພີ່ມເຕີມຄຳສັ່ງຊື້ໄດ້ຕາມແຕ່ຄວາມເໝາະສົມໃນທາງການຄ້າຂາຍ

4. ຜູ້ຂາຍມີພັນທະສະເພາະໃນການສົ່ງສິນຄ້າໃຫ້ເປັນໄປຕາມລາຍລະອຽດທົ່ວໄປທີ່ໃຊ້ໃນການຂາຍສິນຄ້າດັ່ງກ່າວ ບໍ່ວ່າຈະໃຫ້ລາຍລະອຽດພິເສດ ຫຼື ເປັນການສະເພາະໃດໆ ຫຼື ບໍ່ ຖືວ່າໄດ້ໃຫ້ລາຍລະອຽດນັ້ນໄວ້ຕາມກົດໝາຍ ໜື່ງລາຍລະອຽດພິເສດ ຫຼື ເປັນການສະເພາະໃດໆດັ່ງກ່າວຈະຖືວ່າເປັນພຽງການສະແດງຄວາມຄິດເຫັນຂອງຜູ້ຂາຍໃນເລື່ອງດັ່ງກ່າວເທົ່ານັ້ນ ທັງທາງພວກເຮົາ ແລະ ຜູ້ຂາຍບໍ່ໄດ້ຮັບປະກັນໃດໆໃນເລື່ອງຄຸນນະພາບ ສະຖານະ ສະພາບ ຫຼື ຄວາມເໝາະສົມຂອງສິນຄ້າ



Powered by MakeWebEasy.com